ສະຫລົດ! ຍິງອິນເດຍ ຖືກພີ່ນ້ອງລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ!

  ຍິງອິນເດຍ ຖືກພີ່ນ້ອງຂອງຕົນລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ ເສກມົນດຳໃສ່ຫລານ.   ວັນທີ 28 ຕຸລານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດການໄລ່ລ່າແມ່ມົດໃນເຂດເປມີທຣາ ລັດສັດຕິສະຄອນ ທາງຕອນກາງຂອງປະເທດອິນເດຍ ໂດຍຜູ້ເຄາະຮ້າຍແມ່ນ ນາງ ດຸຄຸນຮີນ ໄບ ອາຍຸ 55 ປີ ໄດ້ຖືກກຸ່ມພີ່ນ້ອງຂອງຕົນເອງ ລວມ 12 ຄົນ ລຸມທຸບຕີຈົນເຖິງແກ່ຄວາມຕາຍ ຍ້ອນເຊື່ອວ່ານາງເປັນສາເຫດເຮັດໃຫ້ລູກຊາຍຂອງ ທ້າວ ນາກຸນ ປາເທ ຜູ້ທີ່ເປັນນ້ອງເຂີຍຈົນເປັນໄຂ້ລົ້ມປ່ວຍລົງ ດ້ວຍການເສກມົນດຳ.   ແຫລ່ງຂ່າວໄດ້ເຜີຍວ່າ ບັນດາພີ່ນ້ອງໄດ້ບຸກເຂົ້າມາຈັບຕົວຜູ້ເຄາະຮ້າຍດັ່ງກ່າວ ໃນຄືນວັນທີ 25 ຕຸລາ 2014 ແລ້ວລາກ ນາງອອກໄປທີ່ລານໜ້າເຮືອນ ຈັບນາງຖອດເສື້ອຜ້າອອກ ແລ້ວເອົາໝາກເຜັດຍັດໃສ່ປາກ, ຮູດັງ ແລະ ຊ່ອງຄອດຂອງ ນາງໄວ້, ຫລັງຈາກນັ້ນ ພວກເຂົາກໍໄດ້ລຸມເຕະ ແລະ ທຸບຕີນາງດ້ວຍໄມ້ ເຊິ່ງຊາວບ້ານສ່ວນໃຫຍ່ກໍພາກັນຢືນເບິ່ງ ແຕ່ກໍ ບໍ່ມີໃຜເຂົ້າມາຫ້າມ ຫລື ຊ່ວຍເຫລືອເລີຍ. … Continue reading ສະຫລົດ! ຍິງອິນເດຍ ຖືກພີ່ນ້ອງລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ!